ພະນັກງານຂາຍ ພິກກີ້ບີ Piggy B ສາຂາ ມ່ວນໃຈ ດົງໂດກ
- ₭4,500,000
- Piggy B
- ເມືອງ ໄຊທານີ

ຮັບພະນັກງານຂາຍ ພິກກີ້ບີ Piggy B ສາຂາ ມ່ວນໃຈ ດົງໂດກ
+ ເງີນເດືອນ ແລະ ອັດຕາກິນຕ່າງໆ
- ເງີນເດືອນຊ່ວງທົດລອງວຽກ 4.000.000 ກີບ (3 ເດືອນທຳອິດ)
- ພາຍໃນຊ່ວງຮຽນວຽກ (3-5 ມື້) ຈະມີອັດຕາກິນເຂົ້າໃຫ້ 50.000 ກີບ
- ເງີນເດືອນ ຫລັງຜ່ານວຽກ 4.500.000 ກີບ
- ມີເງີນຍອດຂາຍ + ເງີນຂະຫຍັນ + ເງີນຜ່ານມາດຕະຖານ ແຕ່ລະເດືອນ
+ ມື້ເຮັດວຽກ
- ເຮັດວຽກ 6 ມື້ (ພັກວັນເສົາ ຫຼື ອາທິດ)
- ເຂົ້າວຽກເວລາ 9:00 ໂມງເຊົ້າ - 19:00 ໂມງແລງ
+ ໜ້າວຽກ
- ຂາຍສິນຄ້າ ພິກກີ້ບີ (ເຂົ້າຈີ່ໄສ້ຫມູ ເຄື່ອງດື່ມ ແລະ ຂະໜົມ)
- ກະກຽມວັດຖຸດິບ (ລ້າງຜັກ, ຊອຍຜັກ, ເຕີມຊ່ອດ ແລະ ອື່ນໆ)
- ຈັດເຄື່ອງສິນຄ້າໃຫ້ເປັນລະບຽບກ່ອນເປີດຮ້ານ ແລະ ລ້າງອຸປະກອນໃຫ້ສະອາດຄົບຖ້ວນຫລັງປິດຮ້ານ ພ້ອມ ຖ່າຍຮູບລາຍງານລົງກຸ່ມທຸກຄັ້ງ (ມີສອນ)
- ເກັບກຳຈຳນວນສິນຄ້າເວລາ ຂາຍ ແລະ ຮັບ ສິນຄ້າໃຫ້ຄົບຖ້ວນ ແລ້ວຈົດໃສ່ເຈ້ຍນັບຈຳນວນສິນຄ້າໃຫ້ຖືກຕ້ອງ (ມີສອນ)
- ຮັກສາຄວາມສະອາດພາຍໃນ ແລະ ພາຍນອກບໍລິເວນຮ້ານໃຫ້ມີຄວາມສະອາດ
- ເກັບຮັກສາເງີນຄ່າສິນຄ້າ ພ້ອມທັ້ງຖ່າຍຮູບເວລາລູກຄ້າໂອນເງີນຜ່ານໂທລະສັບ (ມີສອນ)
- ກວດກາຈຳນວນສິນຄ້າທີ່ໃຊ້ໄປ ແລະ ຍັງເຫລືອ ເພື່ອລາຍງານໃນແຕ່ລະມື້
ສົນໃຈກົດທີ່ປຸ່ມສະໝັກ ຫຼື ຕິດຕໍ່ 020 59559495